Song detail
ເປັນພຽງຝັນ (เป็นเพียงฝัน)
Loading music waveform
0%
ນີ້ຄືເລື່ອງລາວ ທີ່ເກີດຈາກຄວາມຮັກ
ລະຫວ່າງເຮົາສອງ ກຳລັງໄດ້ຮັກແລະຜູກພັນ
ແຕ່ຢູ່ດີດີເຈົ້າມາຖີ້ມກັນ ໄປບໍ່ກັບມາ
ເມື່ອວັນເວລາ ນຳພາໃຫ້ເຈົ້າໄປ
ໄກແສນໄກ ຈົນເຈົ້າບໍ່ອາດຈະກັບມາ
ຂ້ອຍຍັງບໍ່ທັນໄດ້ບອກລາ haaa
ມັນຄິດເຖິງ ເຈົ້າຮູ້ບໍ່
ຂ້ອຍຍັງລໍ ຮັກເຈົ້າຍັງເຫມືອນເດີມ
**Hook
ບໍ່ຢາກຈະຕື່ນນອນຂື້ນມາຈາກຝັນ
ໃຫ້ມັນເປັນຄວາມຈິງບໍ່ແມ່ນຄວາມຝັນ
ບໍ່ຢາກໃຫ້ເຈົ້ານັ້ນຕ້ອງລາກັນໄປ
ຢາກຈະກອດເຈົ້າເປັນຄັ້ງສຸດທ້າຍ
ບໍ່ຢາກຈະຕື່ນມາແລ້ວເປັນພຽງຝັນ
ຂ້ອຍຢາກຈະຕື່ນມາມີເຈົ້າຂ້າງກາຍ
ບໍ່ຢາກຈະລືມຕາແລ້ວເຈົ້າຫາຍໄປ
ຢາກຈະກອດເຈົ້າເອົາໄວ້
ກ່ອນເຮົາຈະຈາກກັນ
*Verse2
ນີ້ຄືເລື່ອງລາວ ທີ່ເກີດຈາກຄວາມຮັກ
ລະຫວ່າງເຮົາສອງ ທີ່ເຄີຍໄດ້ຮັກແລະຜູກພັນ
ແຕ່ວ່າຕອນນີ້ ເຈົ້າມາຖີ້ມກັນ ໄປບໍ່ບອກລາ
ເມື່ອວັນເວລາ ນຳພາໃຫ້ເຈົ້າໄປ
ຢູ່ທີ່ໃດ ຈົນເຈົ້າບໍ່ອາດຈະກັບມາ
ໃຈຂ້ອຍຄົນນີ້ ຍັງຫ່ວງຫາ ooh…
ມັນຄິດຮອດເຈົ້າ ມັນທໍລະມານ
ຫົວໃຈມັນເຈັບເຫລືອເກີນ
ເມື່ອພາບເກົ່າໆ ເລື່ອງລາວເດີມໆ
ທີ່ມັນຍັງຄ່ອຍຍ້ຳເຕືອນ
ຂ້ອຍອະທິຖານພາວະນາ
ຂ້ອຍຂໍໃຫ້ເຈົ້ານັ້ນກັບມາ
ເວລາຈະລ່ວງຈະເລີຍຈະນານ
ຈະຜ່ານໄປດົນເທົ່າໃດ
ແຕ່ຂ້ອຍຄົນນີ້ຍັງຄົງລໍ
ຮັກເຈົ້າຢູ່ເຕັມຫົວໃຈ
ຂໍພຽງຈັກຄັ້ງໄດ້ສົບຕາ
ໄດ້ກອດຈັກຄັ້ງຕອນຫລັບຕາ…
*Hook
*Bridge
ຄິດເຖິງເຈົ້າຮູ້ບໍ່ວ່າໃຈສະຫລາຍ
ຄິດເຖິງຄຳສັນຍາ ຄິດເຖິງຕອນທີ່ເຈົ້າຈູບ
ຄິດເຖິງວັນເວລາຕອນທີ່ເຮົາມີຄວາມສຸກ
ຜ່ານເລື່ອງລາວຝືນທົນບໍ່ມີຄວາມຫມາຍ
ຂ້ອຍຕ້ອງທົນດຽວດາຍ
ຕ້ອງທົນບໍ່ມີເຈົ້າຢູ່ ….
*Hook















